ມາລາວີ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວ ຈາກ 79 ປະເທດ
ສຳນັກຂ່າວຕ່າງປະເທດໄດ້ລາຍງານຈາກນະຄອນຫຼວງ ລິລົງເວ ປະເທດ ມາລາວີ ເມື່ອວັນທີ 10 ກຸມພາ 2024 ຜ່ານມານີ້ວ່າ:
ກະຊວງການທ່ອງທ່ຽວມາລາວີ ໄດ້ອອກຖະແຫຼ່ງການຍົກເວັ້ນການກວດວີຊາ ເພື່ອການທ່ອງທ່ຽວໃຫ້ກັບນັກທ່ອງທ່ຽວທີ່ເດີນທາງມາ
ຈາກ 79 ປະເທດ ໂດຍມີຜົນບັງຄັບໃຊ້ຕັ້ງເຕ່ວັນທີ 7 ກຸມພາ 2024 ທີ່ຜ່ານມາ.
ລາຍງານໃຫ້ຮູ້ວ່າ: ປະເທດທີ່ໄດ້ຮັບສິດທິດັ່ງກ່າວລວມມີ: ສ ອາເມຣິກາ, ອັງກິດ, ຝຣັ່ງ, ຈີນ, ຣັດເຊຍ ແລະ ສະມາຊິກກຸ່ມປະ
ຊາຄົມ ເພື່ອການພັດທະນາ ພາກພື້ນອາຟຣິກາ ຕອນໃຕ້ (ເອສເອດີຊີ). ປັດຈຸບັນ, ການທ່ອງທ່ຽວເປັນອຸດສາຫະກຳ ແລະ ສ້າງລາຍໄດ້
ເປັນອັນດັບ 3 ໃຫ້ແກ່ມາລາວີ ຖັດຈາກການສົ່ງອອກຢາສູບ ແລະ ຊາ. ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາອຸດສາຫະກຳການທ່ອງ
ທ່ຽວຂອງມາລາວິ ແມ່ນໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດ ໂຄວິດ-19.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/02/2024